ເສຍຊີວິດ 3 ຄົນຄາທີ່ເຫດລົດໃຫຍ່ຕໍາລົດຈັກທາງໜອງບຶກ

ນະຄອນຫຼວງວຽງຈັນ: ສະມາຄົມອາສາກູ້ໄພນະຄອນຫຼວງ ແຈ້ງໃຫ້ຮູ້ວ່າ ໃນວັນທີ 20/12/2020 ເວລາ 20:50 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໃຫຍ່ຕຳລົດຈັກ ຮຸນແຮງ.ຈຸດເກີດເຫດແມ່ນຢູ່ບ້ານ ໜອງບຶກ ເມືອງ ສີໂຄດ ຕະບອງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 03 ຄົນເປັນເພດຊາຍ 2 ຄົນ ເພດຍິງ 1ຄົນ. ພົບວ່າຫົວໃຈຢຸດເຕັ້ນ ແລະ ຊິບພະຈອນບໍຕອບສະໜອງ ຫນ່ວຍກູ້ໄພເຮົາຈຶ່ງໄດ້ທຳການ CPR (ຫຼືນນວດຫົວໃຈ) ແຕ່ກໍບໍ່ມີຜົນຕອບສະໜອງ.

ຜູ່ທີ1 : ໝົດສະຕີ ແລະ ບໍ່ຕອບສະໜອງ ຄໍຫັກ ( ເສຍຊິວິດ )

ຜູ່ທີ 2: ຫມົດສະຕິ ແລະ ກະທົບຫົວ ( ເສຍຊີວິດ )

ຜູ່ທີ 3 : ຫມົດສະຕິ ເດັກນ້ອຍ( ເສຍຊີວິດ )

ດັ່ງນັ້ນເຮົາຈຶງໄດ້ປະສານຫາເຈົ້າຫນ້າທີແລະຍາດຕິພີ່ນ້ອງຂອງຜູ່ເສຍຊີວິດເພື່ອມອບສົບໄປເຮັດພິທີທາງສາດສະໜາ ຂໍສະແດງຄວາມເສຍໃຈມາທາງຄອບຄົວຜູ້ເສຍຊິວິດດ້ວຍ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ใส่ความเห็น