ແຈ້ງການເດີ້…! ຫ້າມຂຶ້ນລາຄາສິນຄ້າໃນຊ່ວງສະຫຼອງບຸນປີໃໝ່ນີ້

ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ສະບັບເລກທີ 1991 ລົງວັນທີ 16 ທັນວາ 2020 ເຖິງບັນດາແມ່ຄ້າຊາວຂາວ ເລື່ອງ: ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະສະຫຼອງບຸນປີໃໝ່ສາກົນ 2021 ນີ້ຈົນຮອດບຸນປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ.

ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍນຳສິນຄ້າຂອງຕົນມາຈຳໜ່າຍ ໃນລາຄາທີ່ລັດກຳນົດໃຫ້ໂດຍສະເພາະແມ່ນສິນຄ້າປະເພດຄວບຄຸມລາຄາເຊັ່ນ: ເຂົ້າ, ຊີ້ນ, ປາ, ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິທີ່ເຄີຍຂາຍໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.

ใส่ความเห็น